ປະຫວັດຄວາມເປັນມາ


ງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 17-19 ກຸມພາ ເມືອງໄຊຍະບູລີ ເຊິ່ງເປັນເມືອງເທດສະບານຂອງແຂວງ ໃນງານບຸນນອກຈາກການສະແດງຂະບວນຊ້າງແລ້ວ ໃນງານຍັງຈະມີຂະບວນແຫ່ກ້ອນກຳລັງສະແດງສິລະປະວັນນະຄະດີບັນດາເຜົ່າ, ການວາງສະແດງສິນຄ້າ, ງານຕະຫລາດນັດ, ກິດຈະກຳການທ່ອງທ່ຽວຕາມສາຍນ້ຳຮຸ່ງ, ການປະກວດນາງ ສາວງາມບຸນຊ້າງ, ພິທີບາສີສູ່ຂວັນຊ້າງ, ການເອົາຊ້າງອາບນ້ຳ, ການຂີ່ຊ້າງ ແລະ ການສະແດງຄວາມສາມາດຂອງຊ້າງຄຳຮູ້. ມະຫະກຳບຸນຊ້າງໄຊຍະບູລີ ແມ່ນບຸນປະນີທີ່ຕິດພັນກັບການສົ່ງເສີມການທ່ອງທ່ຽວ ແລະ ອະນຸຮັກສິລະປະວັດທະນະທຳ ຮີດຄອງປະເພນີທີ່ເປັນເອກະລັກຂອງທ້ອງຖິ່ນ ເຊິ່ງໄດ້ຈັດຂຶ້ນ ແຕ່ປີ 2007 ເປັນຕົ້ນມາໂດຍ ແມ່ນເມືອງທີ່ມີຊ້າງຫລາຍໄດ້ປ່ຽນກັນເປັນເຈົ້າ ພາບຄື: ເມືອງ ຫົງສາ, ເມືອງປາກລາຍ ແລະ ເມືອງໄຊຍະບູລີ. ໄຊຍະບູລີ ແມ່ນແຂວງຫນຶ່ງ ທີ່ມີຊ້າງຫລາຍກວ່າຫມູ່ໃນປະເທດລາວ ລວມທັງຊ້າງປ່າ, ຈາກເຫດຜົນດັ່ງກ່າວອຳນາດການປົກຄອງແຂວງ ຮ່ວມກັບອົງການອະນຸຮັກຊ້າງອາຊີ ຈິ່ງໄດ້ຈັດໃຫ້ມີປະເພນີບຸນຊ້າງໃນແຕ່ລະປີ ທັງນີ້ ກໍ່ເພື່ອສົ່ງເສີມການອະນຸຮັກຊ້າງ, ການນຳໃຊ້ຊ້າງເຂົ້າໃນວຽກງານທ່ອງທ່ຽວ, ປູກຈິດສຳນຶກໃຫ້ທຸກຄົນມີສ່ວນຮ່ວມໃນວຽກງານດັ່ງກ່າວຫລາຍຂຶ້ນ ຂປລ. ງານມະຫາກຳ ບຸນຊ້າງ ແຂວງໄຊຍະບູລີ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍບັນຍາກາດ ອັນຟົດຟື້ນມ່ວນຊື່ນ ໃນວັນທີ 14 ກຸມພາ 2015 ຢູ່ສະໜາມຫລວງ ແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ບັນດາຄະນະນຳແຂວງ, ເມືອງພ້ອມດ້ວຍມວນຊົນ ຊາວແຂວງໄຊຍະບູລີ ແລະ ແຂວງໃກ້ຄຽງເຂົ້າຮ່ວມ. ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ໄດ້ໃຫ້ຮູ້ວ່າ: ງານເທສະການມະຫາກຳບຸນຊ້າງເປັນກິດຈະກຳປາງບຸນໃຫຍ່ທີ່ຈັດຂຶ້ນ ເພື່ອຊຸກຍູ້ສົ່ງເສີມວຽກງານການ ທ່ອງທ່ຽວຂອງແຂວງໄຊຍະບູລີ ກໍຄື ສປປ ລາວ ໃຫ້ເປັນທີ່ຮັບຮູ້ຢ່າງກ້ວາງຂວາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ສຳລັບງານມະຫາກຳບຸນຊ້າງປະຈຳປີ 2015ນີ້ໄດ້ມີຫລາຍກິດຈະກຳ, ຫລາກຫລາຍຮູບແບບ ແລະ ສີສັນຕ່າງໆທີ່ສວຍສົດງົດງາມເຊັ່ນ: ຂະບວນແຫ່ຂອງຊ້າງຈຳນວນ 66 ໂຕ, ການປະກວດຊ້າງງາມ, ການສະແດງຊ້າງຄຳຮູ້, ຊົມຊ້າງອາບນ້ຳ, ຊ້າງເຕະບານ, ຊ້າງແກ່ວງບ້ວງ, ຊ້າງເຕັ້ນລຳ, ຊ້າງມອບຊໍ່ດອກໄມ້, ພິທີບາສີສູ່ຂວັນຊ້າງ, ຂີ່ຊ້າງຊົມເມືອງ ແລະ ອື່ນໆ, ນອກນີ້ຍັງມີກິດຈະກຳການສະແດງໂດດຈ້ອງ, ກ້ອນຂະບວນແຫ່ຕ່າງໆຈາກ 11 ຕົວເມືອງ ພາຍໃນແຂວງທີ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອທາງດ້ານການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ, ຮີດ ຄອງປະເພນີອັນດີງາມທີ່ເປັນເອກະລັກຂອງທ້ອງຖິ່ນ, ພ້ອມນີ້ແຕ່ລະຄືນຍັງມີການສະແດງສິລະປະວັນນະຄະດີຈາກແຕ່ລະເມືອງພາຍໃນແຂວງ,ຈາກກອງສິລະປະກອນແຂວງໄຊຍະບູລີ, ການສະແດງຄອນເສີດ ແລະ ການປະກວດນາງສາວບຸນຊ້າງ, ກິດຈະກຳປະກວດອາຫານພື້ນບ້ານ ແລະ ເປີດຕະຫລາດນັດວາງສະແດງສິນຄ້າລວມ ທັງໝົດ 100 ຮ້ານທີ່ມາຈາກຕ່າງແຂວງ ແລະ 11 ເມືອງພາຍໃນແຂວງໄຊຍະບູລີ, ບັນດາບໍລິສັດ, ຫ້າງຮ້ານທັງພາຍໃນ ແລະ ຕ່າງປະເທດ ເຊິ່ງປະເພດສິນຄ້າຫລັກແມ່ນເຄື່ອງຫັດຖະກຳ ແລະ ສິນຄ້າທີ່ເປັນເອກະລັກຂອງບັນດາເມືອງ. ທ່ານ ຍັນຍົງ ສີປະເສີດຍັງໃຫ້ຮູ້ຕື່ມອີກວ່າ: ການຈັດງານເທສະການບຸນຊ້າງໃນປີນີ້ເປັນຄັ້ງທີ 9 ໂດຍໄລຍະຜ່ານມາແມ່ນຜັດປ່ຽນກັນເປັນເຈົ້າພາບໃນ 3 ເມືອງໃນປີ 2007 ໄດ້ຈັດງານບຸນຊ້າງຄັ້ງທຳອິດ ຢູ່ບ້ານວຽງແກ້ວ ເມືອງຫົງສາ; ປີ 2008 ຢູ່ເມືອງປາກລາຍ ແລະ ປີ 2009 ຢູ່ເທສະບານແຂວງໄຊຍະບູລີ ແລະ ເລີ່ມແຕ່ປີ 2012 ເປັນຕົ້ນມາແຂວງໄດ້ຍົກລະດັບບຸນຊ້າງຂຶ້ນເປັນເທສະການທ່ອງທ່ຽວລະດັບແຂວງ ແລະ ກຳນົດເອົາສະຖານທີ່ສະໜາມຫລວງແຫ່ງນີ້ເປັນບ່ອນຈັດງານມະຫາກຳບຸນຊ້າງເປັນປົກກະຕິໃນແຕ່ລະປີເພື່ອສືບຕໍ່ເສີມຂະຫຍາຍຮິດຄອງປະເພນີທີ່ເປັນເອກະລັກໃນວິຖີການການດຳລົງຊີວິດຂອງປະ ຊາຊົນລາວ ບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ບູຮານນະການ ແລະ ເພື່ອໃຫ້ຄົນຮັບຮູ້ກ່ຽວກັບຊ້າງຫລາຍຂຶ້ນ ເພາະຊ້າງເປັນສັດໃຫຍ່, ເປັນສັດຄຳຮູ້, ຟັງຄຳສັ່ງຂອງຜູ້ເປັນເຈົ້າຂອງເປັນຢ່າງດີ,ທຸກຄົນຄວນຮູ້ອະນຸລັກຮັກສາຊ້າງໃຫ້ຍືນຍົງຄົງຕົວຢູ່ຕະຫລອດໄປ ບຸນຊ້າງແຂວງໄຊຍະບູລີ ຄົບຮອບ 10 ປີ. ງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ປະຈໍາປີ 2016 ຈະໄດ້ຈັດຂື້ນລະຫວ່າງ ວັນທີ 19-21 ກຸມພາ ໂດຍຈະມີຊ້າງ 67 ເຊືອກເຂົ້າສ້າງສະແດງສີສັນເພີ່ມຄວາມມ່ວນຊື່ນໃຫ້ແກ່ແຂກກໍຄືບັນດານັກທ່ອງທ່ຽວທີ່ເຂົ້າມາຮວມງານບຸນຊ້າງໄຊຍະບູລີ. ງານມະຫະກໍາບຸນຊ້າງໄຊຍະບູລີ ໃນປີນີ້ຖືວ່າຄົບຮອບ 10 ປີ ເຊິ່ງມີການຈັດງານຂື້ນຄັ້ງທຳອິດເມື່ອປີ 2007 ເປັນຕົ້ນມາ ເຊິ່ງພາຍໃນງານຈະມີຫລາກຫຼາຍກິດຈະກໍາເຊັ່ນ: ຂະບວນແຫ່ຊ້າງປະກວດຊ້າງງາມ, ບາສີສູ່ຂວັນຊ້າງ,ສະແດງຊ້າງອາບນໍ້າ, ສະແດງຊ້າງຄໍາຮູ້,ບໍລິການຂີ່ຊ້າງແລະຂີ່ຊ້າງອອ້ມເມືອງ ນອກຈາກກິດຈະກໍາຂອງຊ້າງແລ້ວຍັງມີການວາງສະແດງຂາຍສິນຄ້າຈາກພາກສ່ວນຕ່າງໆ ທັງພາຍໃນແລະຕ່າງປະເທດ ເຊັ່ນ: ຈາກ ສສ ຫວຽດນາມ, ສປ ຈີນ ແລະ ລາຊະອານາຈັກໄທ ດັ່ງນັ້ນຈື່ງເຊີນຊວນທຸກໆທ່ານເຂົ້າທ່ຽວຊົມງານມະຫະກໍາບຸນຊ້າງໄຊຍະບູລີ

ເພີ່ມເຕີມ>>>

No comments:

Post a Comment